ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ

ແພັກເກັດ & ໂປຣໂມຊັ່ນ

ແພັກເກັດກວດພູມແພ້ໃນຜູ້ໃຫຍ່ທາງສິ່ງແວດລ້ອມ

ກວດຫາພູມແພ້ດ້ວຍການເຈາະເລືອດ (Allergy blood test) ເປັນການນຳຕົວຢ່າງໄປກວດຫາປະລິມານສານເຄມີໃນເລືອດ ຫຼື ອິມມູໂນໂກບູລີອິນ (IgE) ຊະນິດສະເພາະຕໍ່ການກໍ່ໃຫ້ເກີດພູມແພ້ແຕ່ລະຊະນິດໂດຍກົງ (Specific IgE) ໃນຫ້ອງວິເຄາະໂດຍຜົນກວດຈະເຮັດໃຫ້ໝໍປະເມີນໄດ້ວ່າ ຄົນເຈັບນັ້ນແພ້ສານຊະນິດໃດແດ່ ແລະ ແພ້ຫຼາຍປານໃດ ເພື່ອຈະໄດ້ຫຼີກຫຼ້ຽງ ຫຼື ຫຼຸດປະລິມານການໄປສຳຜັດກັບສານທີ່ເປັນໂຕກະຕຸ້ນ ເຊິ່ງສາມາດກວດໄດ້ທັງພູມແພ້ອາຫານຫຼາຍກວ່າ 20 ຊະນິດ ເຊັ່ນ: ນົມງົວ, ໄຂ່ຂາວ, ໄຂ່ແດງ, ແປ້ງສາລີ, ຖົ່ວເຫຼືອງ, ອາຫານທະເລ, ຊີ້ນສັດ ລວມໄປເຖິງຜັກໝາກໄມ້ບາງຊະນິດເປັນຕົ້ນ.. ພູມແພ້ອາກາດແລະ ສິ່ງແວດລ້ອມທັງໃນ ແລະ ນອກບ້ານ (Indoor and outdoor allergen) ຈາກການສຳພັດທາງຕາ, ທາງຜິວໜັງ ແລະ ການສູບດົມເຂົ້າທາງລະບົບຫາຍໃຈທາງດັງ, ປາກ ໄປຈົນເຖິງຫຼອດລົມ ແລະ ປອດ ເຊັ່ນ: ຝຸ່ນ, ລະອອງເກສອນດອກໄມ້ , ແມງສາບ, ຂົນແມວ, ຂົນໝາ ແລະ ສັດລ້ຽງອື່ນໆທີ່ມີຂົນເປັນຕົ້ນ.

ສົນໃຈຈອງແພັກເກັດ ຫຼື ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ Facebook "Kasemrad International Hospital Vientiane" https://shorturl.at/iwW06 ເພື່ອສົ່ງຂໍ້ຄວາມຫາພວກເຮົາ