ຄລີນິກພາຍໃນ
ຄລີນິກພາຍໃນເປັນພະແນກທີ່ໃຫ້ບໍລິການດູແລຮັກສາຄົນເຈັບຜູ້ໃຫຍ່ ຫຼື ຜູ້ອະວຸໂສ ທີ່ເນັ້ນການໃຊ້ຄວາມຮູ້ທາງວິທະຍາສາດ ແລະ ຄວາມຊ່ຽວຊານທາງດ້ານສະເພາະນັ້ນໆ ເພື່ອໃຫ້ຄົນເຈັບໄດ້ຮັບການກວດ ແລະ ການຮັກສາທີ່ຖືກຕ້ອງ, ການກວດ ແລະ ການຮັກສາ ສາມາດເຮັດໄດ້ຫຼາຍລະບົບໃນຮ່າງກາຍຂອງຄົນເຮົາເຊັ່ນ: ລະບົບປະສາດ, ລະບົບຍ່ອຍອາຫານ, ລະບົບໄຂ່ຫຼັງ, ລະບົບຫົວໃຈ ແລະ ຫຼອດເລືອດ, ລະບົບທາງເດີນຫາຍໃຈ ແລະ ລະບົບຕ່ອມເຊວ ຫຼື ເນື້ອເຍື້ອ. ດ້ວຍເຫດນີ້ພະແນກພາຍໃນຈື່ງເປັນຫົວໃຈສຳຄັນໃນການແກ້ໄຂບັນຫາດ້ວຍວິທີການກວດເຊື້ອແບບລະອຽດເພື່ອເຮັດໃຫ້ຄົນເຈັບທີ່ມີຄ່ອງໃຈ ຫຼື ສົງໄສໃນພະຍາດດັ່ງກ່າວ ເກີດຄວາມຊັດເຈນ ແລະ ໝັ່ນໃຈໃນການກວດເຊື້ອ.
ການບໍລິການ ແລະ ການຮັກສາ
01
ການກວດ ແລະ ການດູແລຮັກສາຄົນເຈັບວິກິດ ຫຼື ຄົນເຈັບໜັກ ແລະ ຄົນເຈັບທີ່ມີອາການເຈັບຊຳເຮື້ອ
02
ການກວດ ແລະ ການດູແລຮັກສາກ່ຽວກັບພະຍາດພູມແພ້ ແລະ ພູມຕ້ານທານ
03
ການກວດ ແລະ ການດູແລຮັກສາພະຍາດຂໍ້ອັກເສບຮູມາຕອຍ໌ ເຊິ່ງມີລັກສະນະອັກເສບຮຸນແຮງໂດຍສະເພາະຢູ່ທີ່ຂໍ້ມື ແລະ ຂໍ້ຕີນ
04
ການກວດ ແລະ ດູແລຮັກສາກ່ຽວກັບພາວະຜິດປົກະຕິຂອງໄຂ່ຫຼັງ
05
ການກວດ ແລະ ດູແລຮັກສາກ່ຽວກັບພະຍາດທີ່ເກີດຈາກການຕິດເຊື້ອ
06
ການກວດ ແລະ ດູແລຮັກສາຄົນເຈັບທີ່ມີພາວະຜິດປົກະຕິຂອງຕ່ອມບໍ່ມີທໍ່ເຊັ່ນ: ຄົນເຈັບທີ່ມີກຸ່ມສ່ຽງ ຫຼື ເປັນພະຍາດເບົາຫວານ
ສະຖານທີ່ໃຫ້ບໍລິການ ແລະ ອຸປະກອນທາງການແພດ
01
ຫ້ອງສຳຫຼັບໃຫ້ບໍລິການກວດ ແລະ ປູກເຊື້ອ
02
ຫ້ອງສຳຫຼັບການກວດປະເມີນ ແລະ ຖາມປະຫວັດ ເຊັ່ນ: ການແທກຄວາມດັນ, ກວດອຸນຫະພູມຄົນເຈັບ
03
ຫ້ອງສຳຫຼັບເກັບຕົວຢ່າງເພື່ອສົ່ງກວດ ເຊັ່ນ: ເຈາະເລືອດ