ຄລີນິກ ປະສູດ ແລະ ພະຍາດຍິງ

Image

ຄລີນິກ ປະສູດ ແລະ ພະຍາດຍິງທີ່ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ ພ້ອມໃຫ້ບໍລິການໃນການກວດວິນິໄສ ແລະ ດູແລຮັກສາຄົນເຈັບ ແລະ ຜູ້ທີ່ມີພາວະຜິດປົກກະຕິກ່ຽວກັບລະບົບສືບພັນຂອງຜູ້ຍິງ ເຊັ່ນ ການກວດວິນິໄສມະເຮັງປາກມົດລູກ, ຜູ້ທີ່ມີອາການລົງຂາວ, ຜູ້ທີ່ມີອາການເຈັບທ້ອງຊຳເຮື້ອ ລວມໄປເຖິງຜູ້ທີ່ມີອາການປະຈຳເດືອນຜິດປົກກະຕິ ໂດຍທີມແພດສະເພາະທາງ ແລະ ບຸກຄະລາກອນທາງການແພດຜູ້ຊ່ຽວຊານດ້ວຍອຸປະກອນເຄື່ອງມືທາງການແພດທີ່ມີຄຸນນະພາບຕາມມາດຕະຖານສາກົນເພື່ອໃຫ້ການກວດວິນິໄສ ແລະ ດູແລຮັກສາເປັນໄປຢ່າງມີປະສິດຕິພາບ

ການບໍລິການ ແລະ ການຮັກສາ

01
ຝາກທ້ອງ ແລະ ການດູແລລະຫວ່າງຖືພາ ລວມເຖິງການດູແລສຳລັບພາວະຄວາມສ່ຽງ
02
ການກວດວິນິໄສ ແລະ ດູແລຮັກສາໃນຜູ້ທີ່ມີພາວະຜິດປົກກະຕິກ່ຽວກັບລະບົບສືບພັນ ລວມເຖິງ ມະເຮັງປາກມົດລູກໃນໄລຍະເລີ່ມຕົ້ນ
03
ການກວດຊ່ອງຄອດໂດຍການໃຊ້ກ້ອງຂະຫຍາຍທາງຊ່ອງຄອດສ່ອງກວດ
04
ການກວດວິນິໄສ ແລະ ຜ່າຕັດຜ່ານກ້ອງ
05
ການກວດວິນິໄສ ແລະ ດູແລຮັກສາຜູ້ທີ່ມີພາວະຜິດປົກກະຕິ ໃນຊ່ວງໄວໝົດປະຈຳເດືອນ
06
ການກວດຮໍໂມນ ແລະ ພາວະຈະເລີນພັນ
07
ການກວດປະເມີນພາວະຂອງເດັກໃນທ້ອງ
08
ການວິນິໄສໂດຍເຄື່ອງອາຕາຊາວ
Image
Image
Image