NCDs

Image

ບັນດາພະຍາດບໍ່ຕິດຕໍ່ (NCDs) ແມ່ນພະຍາດທີ່ບໍ່ຕິດຕໍ່ ເຊິ່ງເອີ້ນກັນວ່າພະຍາດຊໍາເຮື້ອ. ບັນດາພະຍາດບໍ່ຕິດຕໍ່ (NCD) ແມ່ນສາເຫດອັນດັບໜຶ່ງຂອງການເສຍຊີວິດ ແລະ ກໍ່ແມ່ນໜຶ່ງໃນບັນດາພະຍາດທີ່ຕ້ອງເອົາໃຈໃສ່ຫຼາຍທີ່ສຸດກ່ຽວກັບສຸຂະພາບ ແລະ ການພັດທະນາ ທີ່ພວກເຮົາທຸກຄົນໃນທົ່ວໂລກກຳລັງປະເຊີນຢູ່ໃນທຸກມື້ນີ້. NCDs ໄດ້ພາກຊີວິດຈຳນວນ 41 ລ້ານຄົນໃນແຕ່ລະປີ, ເຊິ່ງກວມເອົາ 71% ຂອງການເສຍຊີວິດທັງໝົດໃນທົ່ວໂລກ.

ການສືບພັນ, ສະລິລະວິທະຍາ, ສະພາບແວດລ້ອມ ແລະ ພຶດຕິກຳ ແມ່ນປັດໃຈທີ່ກໍ່ໃຫ້ເກີດພະຍາດ NCD. ດັ່ງນັ້ນ, ຄົນທຸກຄົນຢູ່ໃນທຸກໄວ, ທຸກພາກພື້ນ ແລະ ທຸກປະເທດລ້ວນໄດ້ຮັບຜົນກະທົບຈາກພະຍາດ NCDs. ເຖິງແມ່ນວ່າ, ຫຼາຍກວ່າ 15 ລ້ານຄົນທີ່ເສຍຊີວິດຍ້ອນພະຍາດ NCDs ແມ່ນເກີດຂຶ້ນລະຫວ່າງອາຍຸ 30 ຫາ 69 ປີ ແລະ ສ່ວນໃຫຍ່ແມ່ນເກີດຂຶ້ນຢູ່ໃນບັນດາປະເທດທີ່ມີລາຍຮັບຕໍ່າ ແລະ ປານກາງ, ອີງຕາມຂໍ້ມູນ. ການຂະຫຍາຍຂອງຕົວເມືອງທີ່ວ່ອງໄວໂດຍບໍ່ໄດ້ວາງແຜນ, ໂລກາວິວັດຂອງວິຖີຊີວິດທີ່ບໍ່ດີຕໍ່ສຸຂະພາບ ແລະ ການການສູງໄວຂອງປະຊາກອນ ລ້ວນເປັນສາເຫດເຮັດໃຫ້ເກີດພະຍາດເຫຼົ່ານີ້. ພຶດຕິກໍາທີ່ສາມາດດັດແປງໄດ້ ທີ່ເຮັດໃຫ້ເພີ່ມຄວາມສ່ຽງຕິດພະຍາດ NCD ປະກອບມີການບໍ່ອອກກໍາລັງກາຍ, ການຮັບປະທານອາຫານ, ເຄື່ອງດື່ມທີ່ບໍ່ດີຕໍ່ສຸຂະພາບ, ການດື່ມເຫຼົ້າ ແລະ ສູບຢາທີ່ເປັນອັນຕະລາຍ.

ການປ່ຽນແປງທາງເມຕາບໍລີຊີນ (metabolic) ທີ່ສຳຄັນທີ່ອາດຈະເພີ່ມຄວາມສ່ຽງຕໍ່ການຕິດພະຍາດ NCD 4 ປະການປະກອບມີ:

  • ຄວາມດັນເລືອດສູງ.
  • ນໍ້າໜັກເກີນ/ໂລກອ້ວນ.
  • ນໍ້າຕານໃນເລືອດສູງ.
  • ປະລິມານໄຂມັນໃນເລືອດສູງ.

 ບັນດາປະເພດ NCD ຕົ້ນຕໍ ປະກອບມີ:

  • ພະຍາດຫຼອດເລືອດຫົວໃຈ (ຫົວໃຈວາຍ ແລະ ເສັ້ນເລືອດອຸດຕັນ).
  • ພະຍາດມະເຮັງ.
  • ພະຍາດທາງເດີນຫາຍໃຈຊຳເຮື້ອ (ພະຍາດປອດອັກເສບຊໍາເຮື້ອ ແລະ ພະຍາດຫອບຫືດ).
  • ພະຍາດເບົາຫວານ.

ການຫຼຸດຜ່ອນປັດໃຈຄວາມສ່ຽງຕໍ່ການຮັບປະທານອາຫານທີ່ບໍ່ດີຕໍ່ສຸຂະພາບ, ການດື່ມເຫຼົ້າ, ສູບຢາ ແລະ ເຄື່ອນໄຫວໜ້ອຍຈະເປັນກຸນແຈສຳຄັນ ໃນການຫຼຸດຜ່ອນຄວາມສ່ຽງຕໍ່ການຕິດພະຍາດ NCD. ນອກຈາກນັ້ນ, ການກວດສຸຂະພາບປະຈໍາປີສາມາດຊ່ວຍໃຫ້ທ່ານຫຼີກລ່ຽງພະຍາດຫຼາຍຢ່າງ ແລະ ກວດພົບສະພາບສຸຂະພາບຂອງຕົນແຕ່ຫົວທີ ເພື່ອໃຫ້ມີແຜນການປິ່ນປົວໄດ້ທັນການ.