KIH ວຽງຈັນ

ບົດຄວາມ

 8 ຂໍ້ທີ່ຕ້ອງປະຕິບັດ! ປ້ອງກັນພະຍາດຫົວໃຈໄດ້ຕະຫຼອດຊີວິດ
Image

ພະຍາດຫັວໃຈ?ເປັນສາເຫດເສຍຊີວິດອັນດັບຕົ້ນໆໃນທົ່ວໂລກ ການເບິ່ງແຍງສຸຂະພາບຫົວໃຈເປັນສິ່ງສຳຄັນການປ້ອງກັນພະຍາດຫົວໃຈຕັ້ງແຕ່ເນີ້ນໆຈະຊ່ວຍໃຫ້ທ່ານມີສຸຂະພາບດີ ແລະ ອາຍຸຍືນຍາວ ດັ່ງນັ້ນເຮົາມາເບິ່ງກັນວ່າ 8 ວິທີປ້ອງກັນພະຍາດຫົວໃຈທີ່ສາມາດເຮັດໄດ້ງ່າຍໆ ໃນຊີວິດປະຈຳວັນມີຫຍັງແດ່?
1. ຄວບຄຸມອາຫານເພື່ອສຸຂະພາບຫົວໃຈ
- ຫຼຸດອາຫານໄຂມັນສູງ: ຫຼີກລ້ຽງໄຂມັນອິ່ມຕົວ ແລະ ໄຂມັນທາຣ ເຊັ່ນ: ຊີ້ນແດງ ອາຫານທອດ ແລະ ເນີຍແຂງ ເພາະໄຂມັນເຫຼົ່ານີ້ຈະສະສົມໃນຫຼອດເລືອດເຮັດໃຫ້ຫຼອດເລືອດຕີບ
- ເພີ່ມຜັກໝາກໄມ້: ຜັກ ແລະ ໝາກໄມ້ຊ່ວຍຫຼຸດຄໍເລດເຕີ້ຣໍ ແລະ ຫຼຸດຄວາມສ່ຽງພະຍາດຫົວໃຈ
- ປາອຸດົມໄປດ້ວຍກົດໄຂມັນໂອເມກ້າ-3 ທີ່ດີຕໍ່ຫົວໃຈ
- ເລືອກໂປຣຕີນຈາກພືດ ເຊັ່ນ: ຖົ່ວ ເຕົ້າຫູ້ ເພາະມີໄຂມັນຕ່ຳ ແລະ ໃຍອາຫານສູງ
- ຫຼຸດໂຊດຽມ: ຫຼຸດການກິນເກືອເພື່ອຄວບຄຸມຄວາມດັນໂລຫິດ
- ດື່ມນ້ຳສະອາດ: ການດື່ມນ້ຳຊ່ວຍໃຫ້ລະບົບໄຫຼວຽນເລືອດເຮັດວຽກໄດ້ດີຂຶ້ນ

2. ອອກກຳລັງກາຍເປັນປະຈຳ: ອອກກຳລັງກາຍຢ່າງໜ້ອຍ 30 ນາທີ ຕໍ່ ມື້ ຄວນເຮັດ 5 ມື້ ຕໍ່ ອາທິດ ເລືອກກິດຈະກຳທີ່ມັກເຊັ່ນ: ການຢ່າງ ແລ່ນ ລອຍນ້ຳ ຫຼື ປັ່ນລົດຖີບ ການອອກກຳລັງກາຍຊ່ວຍໃຫ້ຫົວໃຈແຂງແຮງ ແລະ ຫຼຸດຄວາມດັນເລືອດ

3. ຄວບຄຸມນ້ຳໜັກ: ຮັກສານ້ຳໜັກໃຫ້ເໝາະສົມເພື່ອຫຼຸດຄວາມສ່ຽງພະຍາດຫົວໃຈ ຄວບຄຸມແຄຣໂຣລີ້ ແລະ ກິນອາຫານຕາມຄວາມຕ້ອງການຂອງຮ່າງກາຍ ຫຼີກລ້ຽງອາຫານແປຣຮູບທີ່ມັກມີໂຊດ້ຽມ ແລະ ໄຂມັນສູງ

4. ຢຸດສູບຢາ: ຢາສູບທຳຮ້າຍຫົວໃຈ ແລະ ເພີ່ມຄວາມດັນເລືອດ ຢຸດສູບຢາທຸກປະເພດ ລວມເຖິງຢາສູບໄຟຟ້າ ຖ້າຢຸດບໍ່ໄດ້ໃຫ້ຂໍຄວາມຊ່ວຍເຫຼືອຈາກແພດຜູ້ຊ່ຽວຊານ

5. ຄວບຄຸມຄວາມດັນເລືອດ: ກວດຄວາມດັນເລືອດເປັນປະຈຳກິນຢາຕາມຄຳແນະນຳຂອງແພດຖ້າມີຄວາມດັນເລືອດສູງປັບພຶດຕິກຳເຊັ່ນ: ຫຼຸດການກິນໂຊດ້ຽມ ອອກກຳລັງກາຍ ແລະ ຫຼຸດຄວາມຄຽດ

6. ກວດລະດັບນ້ຳຕານໃນເລືອດ: ກວດຢ່າງສະໝໍ່າສະເໝີ ໂດຍສະເພາະຜູ້ສູງອາຍຸ ຫຼື ຜູ້ທີ່ມີປະຫວັດຄອບຄົວເປັນເບົາຫວານ
ເລືອກອາຫານທີ່ມີດັດສະນີນຳ້ຕານຕ່ຳ ແລະ ອອກກຳລັງກາຍເປັນປະຈຳ

7. ຫຼຸດຄວາມຄຽດ: ຝຶກຜ່ອນຄາຍເຊັ່ນ: ການເຮັດສະມາທິ ໂຍຄະ ຫຼື ການຟັງເພງ ນອນຫຼັບໃຫ້ພຽງພໍ ແລະ ຈັດເວລາພັກຜ່ອນໃຫ້ເໝາະສົມເຮັດໃນສິ່ງທີ່ມັກເພື່ອເພີ່ມຄວາມສຸກ

8. ນອນຫຼັບໃຫ້ພຽງພໍ ແລະ ມີຄຸນນະພາບ: ກຳໜົດຕາຕາລາງການນອນຫຼັບທີ່ສຳໝສະເໝີ ເພື່ອໃຫ້ຮ່າງກາຍປັບຕົວສ້າງບັນຍາກາດທີ່ເໝາະສົມສຳຫຼັບການນອນ ເຊັ່ນ: ຫ້ອງມືດ ສະຫງົບ ແລະ ອຸນຫະພູມທີ່ເຍັນສະບາຍ ຫຼີກລ້ຽງການໃຊ້ໂທລະສັບ ຫຼື ຄອມພິວເຕີ້ກ່ອນນອນ. ອອກກຳລັງກາຍເປັນປະຈຳເພື່ອຊ່ວຍໃຫ້ຫຼັບງ່າຍຂຶ້ນແຕ່ຫຼີກລ້ຽງການອອກກຳລັງກາຍໜັກໃກ້ເວລາເຂົ້ານອນ ຫຼື ຫຼີກລ້ຽງອາຫານໜັກ ແລະ ເຄື່ອງດື່ມທີ່ມີຕາເຟອິນກ່ອນນອນ ສ້າງກິດຈະວັດກ່ອນນອນເຊັ່ນ: ອ່ານໜັງສື ຟັງເພງ ຫຼື ອາບນ້ຳອຸ່ນເພື່ອຫຼຸດຄວາມຄຽດ

ການເບິ່ງແຍງສຸຂະພາບຫົວໃຈດ້ວຍວິທີງ່າຍໆເຫຼົ່ານີ້ຈະຊ່ວຍໃຫ້ຫົວໃຈຂອງທ່ານແຂງແຮງ ແລະ ຫຼຸດຄວາມສ່ຽງຈາກພະຍາດຫົວໃຈໄດ້ຢ່າງມີປະສິດທິພາບ

ສອບຖາມຂໍ້ມູນເພີ່ມເຕີມ

ສູນຫົວໃຈ +85621 833333 ຕໍ່ສາຍ 1101, 1102