KIH ວຽງຈັນ
ບົດຄວາມ

ຢ່າປ່ອຍໃຫ້ໄຂ້ຫວັດໃຫຍ່ທຳຮ້າຍສຸຂະພາບຂອງທ່ານ! ມາຮ່ວມກັນສັກວັກຊີນເພື່ອປ້ອງກັນໄຂ້ຫວັດໃຫຍ່
ໄຂ້ຫວັດໃຫຍ່ (Influenza) ເປັນພະຍາດທີ່ມີການແຜ່ກະຈາຍໄດ້ງ່າຍຈາກການໄອ ຈາມ ຫຼື ການສຳພັດສິ່ງຂອງທີ່ມີເຊື້ອໄວຣັສ ເຊິ່ງບໍ່ຄວນເບິ່ງຂ້າມ ເນື່ອງຈາກສາມາດເຮັດໃຫ້ເກີດອາການຮຸນແຮງ ແລະ ສົ່ງຜົນກະທົບຕໍ່ສຸຂະພາບໂດຍສະເພາະຜູ້ສູງອາຍຸ ເດັກນ້ອຍ ແລະ ຜູ້ທີ່ມີພະຍາດປະຈຳຕົວ ເຊັ່ນ: ພະຍາດຫົວໃຈ ພະຍາດເບົາຫວານ ຫຼື ລະບົບພູມຄຸ້ມກັນບົກພ່ອງ
ເປັນຫຍັງຈຶ່ງຄວນສັກວັກຊີນປ້ອງກັນໄຂ້ຫວັດໃຫຍ່?
ການສັກວັກຊີນໄຂ້ຫວັດໃຫຍ່ເປັນວິທີທີ່ມີປະສິດທິພາບໃນການປ້ອງກັນພະຍາດນີ້ໂດຍສະເພາະຊ່ວງລະດູໜາວທີ່ໄຂ້ຫວັດໃຫຍ່ລະບາດໜັກທີ່ສຸດ ແລະ ໃນຊ່ວງທີ່ມີການລະບາດຂອງໄຂ້ຫວັດໃຫຍ່ໃນຊຸມຊົນການສັກວັກຊີນບໍ່ພຽງແຕ່ຊ່ວຍປ້ອງກັນການຕິດເຊື້ອແຕ່ຍັງຫຼຸດຄວາມສ່ຽງຂອງອາການແຊກຊ້ອນທີ່ອາດຈະຮຸນແຮງ ເຊັ່ນ: ປອດບວມ ເຊິ່ງອາດນຳໃຫ້ເກີດພາວະອັນຕະລາຍເຖິງຊີວິດໄດ້
ອາການຂອງໄຂ້ຫວັດໃຫຍ່
- ໄຂ້ສູງ ແລະ ໜາວສັ່ນ
- ເຈັບຫົວ ແລະ ປວດຕາມຮ່າງກາຍ
- ໄອແຫ້ງ ເຈັບຄໍ ແລະ ຕັນດັງ
- ອ່ອນເພຍ ຫຼື ຫອບເມື່ອຍ
ໃນບາງກໍລະນີອາດເກີດພາວະແຊກຊ້ອນຢ່າງຮຸນແຮງ ເຊັ່ນ: ປອດບວມທີ່ເຮັດທ່ານໃຫ້ຕ້ອງໄດ້ຮັບການເຂົ້າຮັກສາໃນໂຮງໝໍໂດຍດ່ວນ
ວິທີປ້ອງກັນໄຂ້ຫວັດໃຫຍ່
- ສັກວັກຊີນໄຂ້ຫວັດໃຫຍ່: ປ້ອງກັນກ່ອນຕິດເຊື້ອ
- ລ້າງມືເລື້ອຍໆ: ໃຊ້ສະບູ ແລະ ນ້ຳ ຫຼື ເຈວເອວກໍຮໍ
- ຫຼີກລ້ຽງການສຳພັດໃກ້ສິດຄົນເຈັບ: ຢູ່ຫ່າງໄກຈາກຜູ້ທີ່ມີອາການໄຂ້ຫວັດໃຫຍ່
- ໃສ່ຜ້າປິດປາກ: ຊ່ວຍຫຼຸດການແຜ່ກະຈາຍເຊື້ອ
ການຮັກສາໄຂ້ຫວັດໃຫຍ່
ຖ້າຫາກຕິດໄຂ້ຫວັດໃຫຍ່ ການຮັກສາຈະຊ່ວຍບັນເທົາອາການດ້ວຍການພັກຜ່ອນ ດື່ມນ້ຳຫຼາຍໆ ແລະ ໃຊ້ຢາຫຼຸດໄຂ້ ເຊັ່ນ: ພາຣາເຊຕາມໍ ຫຼື ໃຊ້ຢາຕ້ານໄວຣັສອໍທາມິເວຍ (Oseltamivir) ເຊິ່ງມີປະສິດທິພາບສູງຫາກມາໃຊ້ພາຍໃນ 48 ຊົ່ວໂມງ ຫຼັງເລີ່ມມີອາການ
ສະຫຼຸບ
ຢ່າຖ້າໃຫ້ໄຂ້ຫວັດໃຫຍ່ທຳຮ້າຍສຸຂະພາບຂອງທ່ານ ການສັກວັກຊີນໄຂ້ຫວັດໃຫຍ່ເປັນທາງເລືອກທີ່ດີທີ່ສຸດໃນການປ້ອງກັນພະຍາດນີ້ພ້ອມທັງການປະຕິບັດຕາມມາດຕະການປ້ອງກັນຢ່າງເຄັ່ງຄັດເພື່ອສຸຂະພາບທີ່ດີຂອງທ່ານ ແລະ ຄົນຮອບຂ້າງ ທັນທີທີ່ເລີ່ມມີອາການ ຄວນໄດ້ຮັບການຮັກສາໂດຍໄວເພື່ອຫຼີກລ້ຽງອາການແຊກຊ້ອນທີ່ອາດຈະເຮັດໃຫ້ເກີດຄວາມສ່ຽງຕໍ່ຊີວິດ
ມາຮ່ວມກັນປ້ອງກັນໄຂ້ຫວັດໃຫຍ່ດ້ວຍການສັກວັກຊີນ ແລະ ເບິ່ງແຍງຕົວເອງໃນຊ່ວງການລະບາດເພື່ອສຸຂະພາບທີ່ດີແລະປອດໄພຈາກໄຂ້ຫວັດໃຫຍ່!
