ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ
ບົດຄວາມ
ພະຍາດຕິດເຊື້ອທາງເດີນຫາຍໃຈສ່ວນເທິງ
ເມື່ອບໍ່ສະບາຍ ມີອາການຈາມ ນຳ້ມູກໃສ ຕັນດັງ ຄໍແຫ້ງ ໄອແຫ້ງ ອາດຈະຄິດວ່າເປັນອາການໄຂ້ຫວັດ ຫຼື ພູມແພ້ທົ່ວໆໄປແຕ່ອາການດັ່ງກ່າວອາດບົ່ງບອກເຖິງ ພະຍາດຕິດເຊື້ອທາງເດີນຫາຍໃຈສ່ວນເທິງເຊິ່ງເປັນພະຍາດທີ່ມັກພົບໄດ້ຫຼາຍໂດຍສະເພາະຊ່ວງລະດູຝົນ ແລະ ລະດູໜາວ ເຮົາຈະເບິ່ງແຍງຕົວເອງໃຫ້ຫ່າງໄກຈາກພະຍາດນີ້ໄດ້ແນວໃດ ພວກເຮົາມີຄຳແນະນຳດັ່ງນີ້:
ພະຍາດຕິດເຊື້ອທາງເດີນຫາຍໃຈສ່ວນເທິງ (upper respiratory tract infection) – ເປັນພະຍາດຕິດຕໍ່ທີ່ເກີດຈາກການຕິດເຊື້ອໄວຣັສໃນລະບົບທາງເດີນຫາຍໃຈສ່ວນເທິງທີ່ກ່ຽວກັບ ຫູ ດັງ ຄໍ ກ່ອງສຽງ ຫຼອດລົມ ຈົນເຖິງປອດ ໂດຍເຊື້ອຈະເຂົ້າທາງດັງ ແລະ ຄໍ ເຮັດໃຫ້ເຫຍື່ອບຸຢູ່ດັງບວມແດງ ແລະ ມີການລັ່ງສານທີ່ເປັນເມືອກອອກມາ ເປັນພະຍາດທີ່ມັກພົບຕະລອດທັງປີໂດຍສະເພາະໃນລະດູຝົນ ແລະ ລະດູໜາວ ຫຼື ຊ່ວງທີ່ມີອາກາດປ່ຽນແປງເລື້ອຍໆ
ກຸ່ມພະຍາດທີ່ມັກພົບຫຼາຍເມື່ອຕິດເຊື້ອທາງເດີນຫາຍໃຈສ່ວນເທິງ
ໄຂ້ຫວັດ (Common cold / Acute nasopharyngitis)
ພະຍາດຫູຊັ້ນກາງອັກເສບ (acute otitis media)
ກ່ອງສຽງອັກເສບ (acute laryngitis)
ຄໍອັກເສບສຽບພັນ (Acute Pharyngitis)
ຕ່ອມທອນຊິນອັກເສບສຽບພັນ (Acute Tonsillitis)
ພະຍາດຫຼອດລົມອັກເສບ (acute bronchitis)
ພະຍາດຕິດເຊື້ອທາງເດີນຫາຍໃຈສ່ວນລຸ່ມ (Lower respiratory tract infection)
ພະຍາດປອດບວມ (pneumonia)
ສາເຫດຂອງພະຍາດ
ສາເຫດສ່ວນໃຫຍ່ຂອງພະຍາດຕິດເຊື້ອທາງເດີນຫາຍໃຈສ່ວນເທິງເກີດຈາກເຊື້ອໄວຣັສທີ່ມີຢູ່ເກືອບ 200 ຊະນິດ ໂດຍໄວຣັສທີ່ພົບໄດ້ ແລະ ກໍ່ໃຫ້ເກີດອາການເຊັ່ນ:
1.ໂຄໂຣນາໄວຣັສ (SARS-CoV-2 Virus)
2.ອິນຟູເອນຊາໄວຣັສ (Influenza A&B Virus)
3.ເຣັດໄພຣາເທີຣີ້ຊິນໄຊຣ໌ເທຍໄວຣັສ ( RSV (Respiratory Syncytial Virus))
4.ອະດີໂນໄວຣັສ (Adenovirus)
5.ເອັນໂທຣໂຣໄວຣັສ ( Enterovirus )
6.ຮິວແມນເມຕະນິວໂມໄວຣັສ (hMPV)
ເຊິ່ງຫຼາຍຄັ້ງທີ່ໄວຣັສຫຼາຍກວ່າໜຶ່ງຊະນິດກໍ່ໃຫ້ເກີດພະຍາດທີກ່ຽວຂ້ອງກັບ ພະຍາດໄຂ້ຫວັດເຊິ່ງມັກພົບໄດ້ໃນນ້ຳມູກ ນ້ຳລາຍ ແລະ ເສມຫະຂອງຜູ້ປ່ວຍ ການໄອຈາມໃນແຕ່ລະຄັ້ງຈະເຮັດໃຫ້ເຊື້ອພະຍາດແຜ່ກະຈາຍອອກໄປໄດ້ປະມານ 91.44 ຊັງຕີແມັດ ແລະ ມີຊີວິດປະປົນຢູ່ໃນອາກາດໄດ້ເປັນມື້ ຫຼື ຫຼາຍມື້
ການແຜ່ກະຈາຍຕິດຕໍ່ຂອງເຊື້ອພະຍາດ
1.ການຕິດຕໍ່ໃນລະຫວ່າງຜູ້ໃກ້ຊິດ/ ໃນສະຖານທີ່ແອອັດເຊັ່ນ: ໂຮງໜັງ ລົດໂດຍສານ ອາຄານບ້ານເຮືອນທີ່ຕິດຕັ້ງເຄຶ່ອງປັບອາກາດ
2.ຕິດຈາກການໄອ ຈາມ ຫຼື ຕິດມາກັບມືຂອງຄົນເຈັບລວມເຖິງໄວຣັສ ນ້ຳມູກ ນ້ຳລາຍ ແລະ ເສມຫະຂອງຜູ້ປ່ວຍທີ່ຕິດມາກັບຜ້າເຊັດໜ້າ ຈອກນ້ຳ ຖ້ວຍ ບ່ວງ ຂອງຫຼິ້ນ ໜັງສື ໂທລະສັບ ເປັນຕົ້ນ ແລະ ເມື່ອໃຊ້ນິ້ວເກົາຕາ ຫຼື ແກະດັງເຊື້ອກໍ່ຈະເຂົ້າສູ່ຮ່າງກາຍຂອງຄົນໆນັ້ນຈົນກາຍເປັນໄຂ້ຫວັດໄດ້
ໄລຍະຟັກໂຕ ແລະ ໄລຍະຕິດຕໍ່ຂອງພະຍາດ
ໄລຍະຟັກໂຕ –ປະມານ 1 – 3 ວັນ ນັບແຕ່ມື້ໄດ້ຮັບເຊື້ອພະຍາດເຂົ້າສູ່ຮ່າງກາຍຈົນເລີ່ມປະກົດອາການໃຫ້ເຫັນ
ໄລຍະຕິດຕໍ່ –ຕະຫຼອດເວລາທີ່ຄົນເຈັບມີເຊື້ອພະຍາດໃນຮ່າງກາຍ ເມື່ອຫາຍດີແລ້ວຈະມີພູມຕ້ານທານເກີດຂຶ້ນປະມານ 1 – 3 ເດືອນ ແຕ່ກໍ່ຈະເປັນໄຂ້ຫວັດໄດ້ອີກ ໂດຍເດັກນ້ອຍຈຳເປັນຕ້ອງຮັກສາຄວາມສະອາດ ແລະ ຜູ້ປົກຄອງຄວນເບິ່ງແຍງໃກ້ຊິດເພາະພູມຕ້ານທານຂອງພະຍາດໜ້ອຍກວ່າຜູ້ໃຫຍ່.
ອາການເຈັບຂອງພະຍາດຕິດເຊື້ອທາງເດີນຫາຍໃຈສ່ວນເທິງ
1.ຈາມ ນ້ຳມູກໄຫຼ ຕັນດັງ ຄໍແຫ້ງ ຫຼື ເຈັບຄໍເລັກນ້ອຍ ໄອ ແຫ້ງໆ ຫຼື ມີເສມຫະເລັກນ້ອຍ ລັກສະນະສີຂາວ ສຽງແຫບ ອາການຕາມຮ່າງກາຍທົ່ວໄປຄື: ເຈັບຫົວ ມີໄຂ້ ຄັນຕົນໂຕ ອ່ອນເພຍ ເປັນຕົ້ນ ເດັກນ້ອຍອາດມີອາການອາຈຽນເວລາໄອ
2.ອາການຕ່າງໆໃນຂໍ້ 1 ມັກຈະຢູ່ໄດ້ດົນປະມານ 1 ອາທິດ ແຕ່ຖ້າມີອາການຮຸນແຮງກໍ່ອາດຈະມີອາການດົນເຖິງ 2 ອສທິດ (ອາດມີອາການໄອຮ່ວມນຳ ທີ່ສາມາດຕໍ່ເນື່ອງໄປໄດເຖິງ 3 ອາທິດ)
3.ບາງຄົນອາດສັບສົນອາການດັ່ງກ່າວ ກັບໄຂ້ຫວັດໃຫຍ່ແຕ່ໃນຄວາມຈິງແລ້ວ ໄຂ້ຫວັດໃຫຍ່ຈະມີອາການປວດເມື່ອຍກ້າມເນື້ອຫຼາຍກວ່າ ແລະ ມີໄຂ້ສູງກວ່າ ທັງນີ້ຄົນເຈັບຄນພົບແພດ ເມື່ອບໍ່ແນ່ໃຈວ່າໂຕເອງເປັນໄຂ້ຫວັດໃຫຍ່ ຫຼື ໄຂ້ຫວັດທົ່ວໄປ
4.ຖ້າມີອາການ 4 ວັນ ອາດມີນ້ຳມູກຂຸ້ນເຫຼືອງ, ສີຂຽວ ຫຼື ໄອມີເສມຫະສີເຫຼືອງ ຂຽວ ຈາກການອັກເສບຊ້ຳຂອງເຊື້ອແບັກທີເຣຍ ແລະ ອາດມີອາການອື່ນໆ ແຊກຊ້ອນໄດ້ເຊິ່ງຈຳເປັນຕ້ອງໃຊ້ຢາປະຕິຊີວະນະຮ່ວມດ້ວຍ
ອາການຂອງພະຍາດຕິດເຊື້ອທາງເດີນຫາຍໃຈສ່ວນລຸ່ມ
ມີອາການຫອບເມື່ອຍ ຫາຍໃຈໄວ ແໜ້ນໜ້າເອິກ ຄວນຕ້ອງຮີບໄປໂຮງໝໍເພື່ອປຶກສາແພດ
1.ກິນຢາລົດໄຂ້ພາຣາເຊັດຕາມໍ ຖ້າຫາກມີນ້ຳມູກໄຫຼຈົນສ້າງຄວາມລຳຄານ ອາດກິນຢາແກ້ແພ້ເຊັ່ນ: ຣໍລາທາດີນ ລະວັງອາການຊັກໃນກໍລະນີໄຂ້ສູງໃນເດັກອາຍຸນ້ອຍກວ່າ 2 ປີ
2. ນອນພັກຜ່ອນໃຫ້ຫຼາຍໆເປັນໄປໄດ້ຄວນນອນໃນຫ້ອງທີ່ອາກາດຖ່າຍເທສະດວກ ແລະ ນອນຫົ່ມຜ້າ ຫຼື ໃສ່ເສື້ອຜ້າໜາໆ ໂສ້ງຂາຍາວ ແລະ ໃສ່ຖົງຕີນນຳກ່ອນນອນ
*ຖ້າອາການບໍ່ໜັກຫຼາຍພຽງເຮັດຕາມ 2 ຂໍ້ທຳອິດອາການກໍ່ຈະດີຂຶ້ນໄດ້ພາຍໃນ 2 – 3 ວັນ
3.ຄວນຫຼີກລ້ຽງການສຳຜັດຈາກເຄື່ອງປັບອາກາດ ຫຼື ພັດລົມໂດຍກົງ ແລະ ໃຊ້ຜ້າປິດປາກ ປິດດັງຢູ່ສະເໝີ ເມື່ອຕ້ອງອອກໄປເຈີກັບອາກາດທາງນອກ ຫຼື ໃນສະຖານທີ່ແອອັດ
4.ຖ້າມີອາການໄອ ເຈັບຄໍ ຮ່ວມນຳ ຄວນໃຊ້ສຽງໃຫ້ນ້ອຍທີ່ສຸດ ແລະ ບໍ່ກິນຂອງທອດ ອາຫານຣົດຈັດ ເຜັດ ເປັນຕົ້ນ ແລະ ຫ້າມສູບຢາ ລວມເຖິງເຄື່ອງດື່ມທີ່ມີສ່ວນປະສົມຂອງແອວກໍຮໍ
5.ຄວນພະຍາຍາມເຮັດຄວາມສະອາດເລື້ອຍໆເຊັ່ນ: ຖູແຂ້ວຫຼັງອາຫານທັນທີ ບ້ວນຄໍດ້ວຍນ້ຳຢາບ້ວນປາກ ແລະ ລຳຄໍ ຫຼື ເກືອ ແລະ ອາດໃຊ້ໄໝຂັດແຂ້ວຮ່ວມດ້ວຍເພາະເສດອາຫານມັກຕົກຄ້າງໃນຊ່ອງປາກ ແລະ ລຳຄໍ ເຮັດໃຫ້ຈຳນວນແບັກທີເຣຍໃນຄໍເພີ່ມຫຼາຍຂຶ້ນ ອາດເຮັດໃຫ້ຄໍອັກເສບຫຼາຍຂຶ້ນໄດ້
6.ເຊັດໂຕດ້ວຍນ້ຳອຸ່ນ ຫຼື ນ້ຳທຳມະດາ
7.ດື່ມນ້ຳສະອາດອຸນນະພູມໃນຫ້ອງຫຼາຍໆ ງົດນ້ຳເຍັນໄປກ່ອນ
8.ຖ້າອາການບໍ່ດີຂຶ້ນໃນ 7 – 10 ວັນ ແນະນຳໃຫ້ພົບແພດ
ການເບິ່ງແຍງສຸຂະພາບຕົວເອງ
1.ຫຼີກລ້ຽງບ່ອນຊຸມຊົນ ເຊັ່ນ: ໂຮງໜັງ ຫ້າງສັບພະສິນຄ້າ ການຢ່າງຂ້າມຫົນທາງທີ່ມີຝຸ່ນຄວັນຫຼາຍໆ ແລະ ຄວນໃສ່ຜ້າປິດປາກທຸກຄັ້ງກ່ອນອອກຈາກບ້ານ
2.ລ້າງມືເລື້ອງໆ ດ້ວຍສະບູ ແລະ ບໍ່ຄວນເອົາມືເຂົ້າປາກ ຫຼື ເກົາຕາ ເພາະຈະເປັນການນຳເຊື້ອພະຍາດເຂົ້າສູ່ຮ່າງກາຍ
3.ນອນພັກຜ່ອນໃຫ້ພຽງພໍ ມື້ລະ 8 ຊົ່ວໂມງ/ວັນ ແລະ ໝັ່ນທຳຄວາມສະອາດຫ້ອງນອນຢູ່ປະຈຳ
4.ຢ່າຢູ່ໃກ້ຊິດ ແລະ ຢ່າໃຊ້ເຄື່ອງຂອງໃຊ້ຮ່ວມກັບຄົນເຈັບທີ່ເປັນໄຂ້ຫວັດ ເຊັ່ນ: ຜ້າເຊັດໜ້າ ຜ້າເຊັດໂຕ ຈອກນ້ຳ ເຄື່ອງໃຊ້ຂອງຫຼິ້ນຮ່ວມກັບຄົນເຈັບທີ່ເປັນໄຂ້ຫວັດ
5.ໄອຫຼືຈາມ ຄວນໃຊ້ຜ້າເຊັດໜ້າ ຫຼື ເຈ້ຍທິດຊູ້ປິດປາກຢູ່ສະເໝີ
6.ລ້າງດັງດ້ວຍນ້ຳເກືອເລື້ອຍໆ 2 – 3 ຄັ້ງຕໍ່ ວັນ
ການສົ່ງກວດຫ້ອງປະຕິບັດການ
Code S5114 Respiratory Infection Profile SARS-Cov2 (Flu A/B) /RSV /Adenovirus / hMPV rapid test
ການກວດຫາແອນຕິເຈນຕໍ່ເຊື້ອ Adenovirus, Respiratory Syncytial Virus (RSV), human metapneumovirus antigens (hMPV), SARS-CoV-2 ເຊິ່ງເປັນເຊື້ອສາເຫດຂອງພະຍາດ COVID-19 ລວມເຖິງເຊື້ອ Influenza A ແລະ B ໃນສິ່ງສົ່ງກວດເປັນ Nasopharyngeal swab ເກັບຕົວຢ່າງພຽງ 1 ຄັ້ງ ສາມາດກວດຫາການຕິດເຊື້ອ ໄດ້ 6 ລາຍການ ລາຍງານຜົນກວດເຊິ່ງຄຸນນະພາບໂດຍວິທີ rapid chromatographic immunoassay ດ້ວຍຫຼັກການ lateral flow immunoassay ສຳຫຼັບກວດຫາແອນຕິເຈນຕໍ່ເຊື້ອ
ການຄຣີສົ່ງກວດ
Swab ປາສະຈາກເຊື້ອ (ສຳລັບ nasopharyngeal swab) ໃຫ້ໃຊ້ໄມ້ swab ທີ່ຈັດໄວ້ໃຫ້
- ການເກັບສິ່ງສົ່ງກວດ Nasopharyngeal swab
Nasopharyngeal swab ສອດ swab ທີ່ສະອາດເຂົ້າໄປໃນໂພງດັງສ່ວນຫຼັງ ແລະ ເຊັກຮອບໆບໍລິເວນນັ້ນຫຼາຍໆຄັ້ງເພື່ອເກັບສິ່ງສົ່ງກວດຕາມຮູບພາບ
ໄລຍະເວລາຖ້າຜົນ
30 ນາທີ
ປະສິດທິພາບຂອງການທົດສອບ
ຊຸດກວດນີ້ມການປຽບທຽບກັບວິທີ RT-PCR (Nasopharyngeal Swab) ພົບວ່າ
ສຳຫຼັບ Adenovirus
ມີຄວາມໄວເຊີງວິນິໄສເທົ່າກັບ 98.3% (Nasopharyngeal Swab)
ຄວາມຈຳເພາະເຊີງວິນິໄສເທົ່າກັບ 98.2% (Nasopharyngeal Swab)
ສຳຫຼັບ RSV
ມີຄວາມໄວເຊີງວິນິໄສເທົ່າກັບ 92.7% (Nasopharyngeal Swab)
ຄວາມຈຳເພາະເຊີງວິນິໄສເທົ່າກັບ 98.0% (Nasopharyngeal Swab)
ສຳຫຼັບ hMPV
ມີຄວາມໄວເຊີງວິນິໄສເທົ່າກັບ 92.5% (Nasopharyngeal Swab)
ຄວາມຈຳເພາະເຊີງວິນິໄສເທົ່າກັບ 99.1% (Nasopharyngeal Swab)
ສຳຫຼັບ Covid-19
ມີຄວາມໄວເຊີງວິນິໄສເທົ່າກັບ 96.4% (Nasopharyngeal Swab)
ຄວາມຈຳເພາະເຊີງວິນິໄສເທົ່າກັບ 99.0% (Nasopharyngeal Swab)
ສຳຫຼັບ Influenza A+B
Influenza A ມີຄວາມໄວເຊີງວິນິໄສເທົ່າກັບ 99.0% (Nasopharyngeal Swab)
ຄວາມຈຳເພາະເຊີງວິນິໄສເທົ່າກັບ 98.9% (Nasopharyngeal Swab)
Influenza B ມີຄວາມໄວເຊີງວິນິໄສເທົ່າກັບ 97.7% (Nasopharyngeal Swab)
ຄວາມຈຳເພາະເຊີງວິນິໄສເທົ່າກັບ 99.0% (Nasopharyngeal Swab)
ໝາຍເຫດ:
ກວດສອບ ແລະ ເພິ່ມເຕີມຂໍ້ມູນໂດຍ ດຣ.ມະນະຊານ ໂລຫະ

