ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ

ຂໍ້ມູນຂ່າວສານ

ເກັບພາບຄວາມປະທັບໃຈຈາກງານ "Mother Class ຄັ້ງທີ 2 ປະຈຳປີ 2025" ເມື່ອວັນເສົາທີ 26 ເມສາ 2025 ທີ່ຜ່ານມາ

 
 
Image
ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ໄດ້ຈັດກິດຈະກຳດີໆ ສຳຫຼັບພໍ່ແມ່ມືໃໝ່ທີ່ເຕັມໄປດ້ວຍຄວາມອົບອຸ່ນ
ງານຄັ້ງນີ້ໄດ້ຮັບກຽດຈາກ ທ່ານ ດຣ. ກະລິນ ພະນົມມາດ ຜູ້ອຳນວຍການຝ່າຍການແພດ ຂຶ້ນກ່າວເປີດງານ ແລະ ທ່ານ ດຣ. ພາວິນີ ການຈະນະຖະຫວັນ ແພດຜູ້ຊ່ຽວຊານພະແນກປະສູດແລະພະຍາດຍິງ ມາໃຫ້ຄວາມຮູ້ໃນຫົວຂໍ້ "ກຽມຄວາມພ້ອມກ່ອນເກີດລູກ"
ພາຍໃນງານຍັງອັດແໜ້ນໄປດ້ວຍສາລະຄວາມຮູ້ ແລະ ກິດຈະກຳຫຼາກຫຼາຍ ເຊັ່ນ:
• ຄວາມຮູ້ໂພສະນາການສຳຫຼັບແມ່ ແລະ ລູກນ້ອຍ ໂດຍ ທ່ານ ປໍຣະເມດ ອິດທິສານ ຫົວໜ້າພະແນກໂພສະນາການ
• ເຕັກນິກການລ້ຽງລູກເບື້ອງຕົ້ນ ແລະ ການອາບນ້ຳເດັກເກີດໃໝ່ໂດຍ ທ່ານ ນາງ ມິນຕາ ທາສີແກ້ວ ຫົວໜ້າພະແນກເດັກເກີດໃໝ່ ແລະ ທີມພະຍາບານ
• Workshop ຝຶກອາບນ້ຳເດັກກັບຮຸ່ນຈຳລອງ
• ກິດຈະກຳປະດິດຂອງທີ່ລະນຶກ (ແກ້ວຊາຍສີທຽນເຈວ) ສຸດໜ້າຮັກ
• Exclusive Tour ຢ້ຽມຊົມພື້ນທີ່ຕົວຈິງ
ຂໍຂອບໃຈທຸກທ່ານທີ່ມາຮ່ວມເປັນສ່ວນໜຶ່ງໃນມື້ພິເສດນີ້ເຮົາຫວັງວ່າຄວາມຮູ້ ແລະ ປະສົບການທີ່ໄດ້ຮັບຈະຊ່ວຍໃຫ້ພໍ່ໆແມ່ໆທຸກທ່ານໝັ້ນໃຈ ແລະ ພ້ອມຕ້ອນຮັບສະມາຊິກໃໝ່ຢ່າງອົບອຸ່ນ
 
 
Image
Image
Image
Image
Image
Image
Image
Image
Image
Image
Image
Image
Image
Image