KIH VIENTIANE
New & Update
ໃນວັນທີ 24 ສິງຫາ 2024 ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ (Kasemrad International Hospital Vientiane) ໄດ້ຈັດກິດຈະກຳຄົບຮອບ 3 ປີ ໂດຍການເປົ່າເຄັກວັນເກີດໃຫ້ກັບນ້ອງໆທີ່ເກີດກັບໂຮງໝໍຂອງເຮົາໂດຍມີ ທ່ານ ກັນຕະພອນ ຫານພານິດ ຮອງກຳມະການຜູ້ຈັດການຝ່າຍການຕະຫຼາດ ບໍລິສັດ Bangkok Chain Hospital Public Company Limited ເປັນຜູ້ມອບເຄັກໃຫ້ນ້ອງໆ ແລະ ມີກິດຈະກຳແຂ່ງເກມແຍກສີ ເຊິ່ງມີຜູ້ປົກຄອງ ແລະ ນ້ອງໆເຂົ້າຮ່ວມແຂ່ງຂັນເປັນຈຳນວນຫຼາຍ ກິດຈະກຳນີ້ຍັງຊ່ວຍກະຕຸ້ນພັດທະນາການຂອງເດັກນ້ອຍຮອບດ້ານ, ຊ່ວຍກະຕຸ້ນການເຮັດວຽກຂອງສະໝອງ ແລະ ນຳໄປໃຊ້ໃນຊີວິດປະຈຳວັນໄດ້. ທາງໂຮງໝໍຂໍຂອບໃຈທຸກທ່ານທີ່ເຂົ້າຮ່ວມໃນກິດຈະກຳຂອງພວກເຮົາ ແລະ ທີ່ຂາດໄປບໍ່ໄດ້ຂໍຂອບໃຈຜູ້ສະໜັບສະໜູນທຸກໆທ່ານທີ່ໃຫ້ການສະໜັບສະໜູນກັບທາງໂຮງໝໍທີ່ດີສະເໝີມາ ແລ້ວພົບກັບກິດຈະກຳດີໆແບບນີ້ໃນປີໜ້າເດີ້ ຂໍຂອບໃຈ















