ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ

ບົດຄວາມ

ພະຍາດຕິດເຊື້ອທາງເດີນຫາຍໃຈສ່ວນເທິງ

ເມື່ອບໍ່ສະບາຍ ມີອາການຈາມ ນຳ້ມູກໃສ ຕັນດັງ ຄໍແຫ້ງ ໄອແຫ້ງ ອາດຈະຄິດວ່າເປັນອາການໄຂ້ຫວັດ ຫຼື ພູມແພ້ທົ່ວໆໄປແຕ່ອາການດັ່ງກ່າວອາດບົ່ງບອກເຖິງ ພະຍາດຕິດເຊື້ອທາງເດີນຫາຍໃຈສ່ວນເທິງເຊິ່ງເປັນພະຍາດທີ່ມັກພົບໄດ້ຫຼາຍໂດຍສະເພາະຊ່ວງລະດູຝົນ ແລະ ລະດູໜາວ ເຮົາຈະເບິ່ງແຍງຕົວເອງໃຫ້ຫ່າງໄກຈາກພະຍາດນີ້ໄດ້ແນວໃດ ພວກເຮົາມີຄຳແນະນຳດັ່ງນີ້:

ພະຍາດຕິດເຊື້ອທາງເດີນຫາຍໃຈສ່ວນເທິງ (upper respiratory tract infection)  – ເປັນພະຍາດຕິດຕໍ່ທີ່ເກີດຈາກການຕິດເຊື້ອໄວຣັສໃນລະບົບທາງເດີນຫາຍໃຈສ່ວນເທິງທີ່ກ່ຽວກັບ ຫູ ດັງ ຄໍ ກ່ອງສຽງ ຫຼອດລົມ ຈົນເຖິງປອດ ໂດຍເຊື້ອຈະເຂົ້າທາງດັງ ແລະ ຄໍ  ເຮັດໃຫ້ເຫຍື່ອບຸຢູ່ດັງບວມແດງ ແລະ ມີການລັ່ງສານທີ່ເປັນເມືອກອອກມາ ເປັນພະຍາດທີ່ມັກພົບຕະລອດທັງປີໂດຍສະເພາະໃນລະດູຝົນ ແລະ ລະດູໜາວ ຫຼື ຊ່ວງທີ່ມີອາກາດປ່ຽນແປງເລື້ອຍໆ

ກຸ່ມພະຍາດທີ່ມັກພົບຫຼາຍເມື່ອຕິດເຊື້ອທາງເດີນຫາຍໃຈສ່ວນເທິງ

ໄຂ້ຫວັດ (Common cold / Acute nasopharyngitis)

ພະຍາດຫູຊັ້ນກາງອັກເສບ (acute otitis media)

ກ່ອງສຽງອັກເສບ (acute laryngitis)

ຄໍອັກເສບສຽບພັນ (Acute Pharyngitis)

ຕ່ອມທອນຊິນອັກເສບສຽບພັນ (Acute Tonsillitis)

ພະຍາດຫຼອດລົມອັກເສບ (acute bronchitis)

ພະຍາດຕິດເຊື້ອທາງເດີນຫາຍໃຈສ່ວນລຸ່ມ (Lower respiratory tract infection)

ພະຍາດປອດບວມ (pneumonia)

ສາເຫດຂອງພະຍາດ

ສາເຫດສ່ວນໃຫຍ່ຂອງພະຍາດຕິດເຊື້ອທາງເດີນຫາຍໃຈສ່ວນເທິງເກີດຈາກເຊື້ອໄວຣັສທີ່ມີຢູ່ເກືອບ 200 ຊະນິດ ໂດຍໄວຣັສທີ່ພົບໄດ້ ແລະ ກໍ່ໃຫ້ເກີດອາການເຊັ່ນ:

1.ໂຄໂຣນາໄວຣັສ (SARS-CoV-2 Virus)

2.ອິນຟູເອນຊາໄວຣັສ (Influenza A&B Virus)

3.ເຣັດໄພຣາເທີຣີ້ຊິນໄຊຣ໌ເທຍໄວຣັສ ( RSV (Respiratory Syncytial Virus))

4.ອະດີໂນໄວຣັສ (Adenovirus)

5.ເອັນໂທຣໂຣໄວຣັສ ( Enterovirus )

6.ຮິວແມນເມຕະນິວໂມໄວຣັສ (hMPV)

ເຊິ່ງຫຼາຍຄັ້ງທີ່ໄວຣັສຫຼາຍກວ່າໜຶ່ງຊະນິດກໍ່ໃຫ້ເກີດພະຍາດທີກ່ຽວຂ້ອງກັບ ພະຍາດໄຂ້ຫວັດເຊິ່ງມັກພົບໄດ້ໃນນ້ຳມູກ ນ້ຳລາຍ ແລະ ເສມຫະຂອງຜູ້ປ່ວຍ ການໄອຈາມໃນແຕ່ລະຄັ້ງຈະເຮັດໃຫ້ເຊື້ອພະຍາດແຜ່ກະຈາຍອອກໄປໄດ້ປະມານ 91.44 ຊັງຕີແມັດ ແລະ ມີຊີວິດປະປົນຢູ່ໃນອາກາດໄດ້ເປັນມື້ ຫຼື ຫຼາຍມື້

ການແຜ່ກະຈາຍຕິດຕໍ່ຂອງເຊື້ອພະຍາດ

1.ການຕິດຕໍ່ໃນລະຫວ່າງຜູ້ໃກ້ຊິດ/ ໃນສະຖານທີ່ແອອັດເຊັ່ນ: ໂຮງໜັງ ລົດໂດຍສານ ອາຄານບ້ານເຮືອນທີ່ຕິດຕັ້ງເຄຶ່ອງປັບອາກາດ

2.ຕິດຈາກການໄອ ຈາມ ຫຼື ຕິດມາກັບມືຂອງຄົນເຈັບລວມເຖິງໄວຣັສ ນ້ຳມູກ ນ້ຳລາຍ ແລະ ເສມຫະຂອງຜູ້ປ່ວຍທີ່ຕິດມາກັບຜ້າເຊັດໜ້າ ຈອກນ້ຳ ຖ້ວຍ ບ່ວງ ຂອງຫຼິ້ນ ໜັງສື ໂທລະສັບ ເປັນຕົ້ນ ແລະ ເມື່ອໃຊ້ນິ້ວເກົາຕາ ຫຼື ແກະດັງເຊື້ອກໍ່ຈະເຂົ້າສູ່ຮ່າງກາຍຂອງຄົນໆນັ້ນຈົນກາຍເປັນໄຂ້ຫວັດໄດ້

ໄລຍະຟັກໂຕ ແລະ ໄລຍະຕິດຕໍ່ຂອງພະຍາດ

ໄລຍະຟັກໂຕ –ປະມານ 1 – 3 ວັນ ນັບແຕ່ມື້ໄດ້ຮັບເຊື້ອພະຍາດເຂົ້າສູ່ຮ່າງກາຍຈົນເລີ່ມປະກົດອາການໃຫ້ເຫັນ

ໄລຍະຕິດຕໍ່ –ຕະຫຼອດເວລາທີ່ຄົນເຈັບມີເຊື້ອພະຍາດໃນຮ່າງກາຍ ເມື່ອຫາຍດີແລ້ວຈະມີພູມຕ້ານທານເກີດຂຶ້ນປະມານ 1 – 3 ເດືອນ ແຕ່ກໍ່ຈະເປັນໄຂ້ຫວັດໄດ້ອີກ ໂດຍເດັກນ້ອຍຈຳເປັນຕ້ອງຮັກສາຄວາມສະອາດ ແລະ ຜູ້ປົກຄອງຄວນເບິ່ງແຍງໃກ້ຊິດເພາະພູມຕ້ານທານຂອງພະຍາດໜ້ອຍກວ່າຜູ້ໃຫຍ່.

ອາການເຈັບຂອງພະຍາດຕິດເຊື້ອທາງເດີນຫາຍໃຈສ່ວນເທິງ

1.ຈາມ ນ້ຳມູກໄຫຼ ຕັນດັງ ຄໍແຫ້ງ ຫຼື ເຈັບຄໍເລັກນ້ອຍ ໄອ ແຫ້ງໆ ຫຼື ມີເສມຫະເລັກນ້ອຍ ລັກສະນະສີຂາວ ສຽງແຫບ ອາການຕາມຮ່າງກາຍທົ່ວໄປຄື: ເຈັບຫົວ ມີໄຂ້ ຄັນຕົນໂຕ ອ່ອນເພຍ ເປັນຕົ້ນ ເດັກນ້ອຍອາດມີອາການອາຈຽນເວລາໄອ

2.ອາການຕ່າງໆໃນຂໍ້ 1 ມັກຈະຢູ່ໄດ້ດົນປະມານ 1 ອາທິດ ແຕ່ຖ້າມີອາການຮຸນແຮງກໍ່ອາດຈະມີອາການດົນເຖິງ 2 ອສທິດ (ອາດມີອາການໄອຮ່ວມນຳ ທີ່ສາມາດຕໍ່ເນື່ອງໄປໄດເຖິງ 3 ອາທິດ)

3.ບາງຄົນອາດສັບສົນອາການດັ່ງກ່າວ ກັບໄຂ້ຫວັດໃຫຍ່ແຕ່ໃນຄວາມຈິງແລ້ວ ໄຂ້ຫວັດໃຫຍ່ຈະມີອາການປວດເມື່ອຍກ້າມເນື້ອຫຼາຍກວ່າ ແລະ ມີໄຂ້ສູງກວ່າ ທັງນີ້ຄົນເຈັບຄນພົບແພດ ເມື່ອບໍ່ແນ່ໃຈວ່າໂຕເອງເປັນໄຂ້ຫວັດໃຫຍ່ ຫຼື ໄຂ້ຫວັດທົ່ວໄປ

4.ຖ້າມີອາການ 4 ວັນ ອາດມີນ້ຳມູກຂຸ້ນເຫຼືອງ, ສີຂຽວ ຫຼື ໄອມີເສມຫະສີເຫຼືອງ ຂຽວ ຈາກການອັກເສບຊ້ຳຂອງເຊື້ອແບັກທີເຣຍ ແລະ ອາດມີອາການອື່ນໆ ແຊກຊ້ອນໄດ້ເຊິ່ງຈຳເປັນຕ້ອງໃຊ້ຢາປະຕິຊີວະນະຮ່ວມດ້ວຍ

ອາການຂອງພະຍາດຕິດເຊື້ອທາງເດີນຫາຍໃຈສ່ວນລຸ່ມ

ມີອາການຫອບເມື່ອຍ ຫາຍໃຈໄວ ແໜ້ນໜ້າເອິກ ຄວນຕ້ອງຮີບໄປໂຮງໝໍເພື່ອປຶກສາແພດ

1.ກິນຢາລົດໄຂ້ພາຣາເຊັດຕາມໍ ຖ້າຫາກມີນ້ຳມູກໄຫຼຈົນສ້າງຄວາມລຳຄານ ອາດກິນຢາແກ້ແພ້ເຊັ່ນ: ຣໍລາທາດີນ ລະວັງອາການຊັກໃນກໍລະນີໄຂ້ສູງໃນເດັກອາຍຸນ້ອຍກວ່າ 2 ປີ

2. ນອນພັກຜ່ອນໃຫ້ຫຼາຍໆເປັນໄປໄດ້ຄວນນອນໃນຫ້ອງທີ່ອາກາດຖ່າຍເທສະດວກ ແລະ ນອນຫົ່ມຜ້າ ຫຼື ໃສ່ເສື້ອຜ້າໜາໆ ໂສ້ງຂາຍາວ ແລະ ໃສ່ຖົງຕີນນຳກ່ອນນອນ

*ຖ້າອາການບໍ່ໜັກຫຼາຍພຽງເຮັດຕາມ 2 ຂໍ້ທຳອິດອາການກໍ່ຈະດີຂຶ້ນໄດ້ພາຍໃນ 2 – 3 ວັນ

3.ຄວນຫຼີກລ້ຽງການສຳຜັດຈາກເຄື່ອງປັບອາກາດ ຫຼື ພັດລົມໂດຍກົງ ແລະ ໃຊ້ຜ້າປິດປາກ ປິດດັງຢູ່ສະເໝີ ເມື່ອຕ້ອງອອກໄປເຈີກັບອາກາດທາງນອກ ຫຼື ໃນສະຖານທີ່ແອອັດ

4.ຖ້າມີອາການໄອ ເຈັບຄໍ ຮ່ວມນຳ ຄວນໃຊ້ສຽງໃຫ້ນ້ອຍທີ່ສຸດ ແລະ ບໍ່ກິນຂອງທອດ ອາຫານຣົດຈັດ ເຜັດ ເປັນຕົ້ນ ແລະ ຫ້າມສູບຢາ ລວມເຖິງເຄື່ອງດື່ມທີ່ມີສ່ວນປະສົມຂອງແອວກໍຮໍ

5.ຄວນພະຍາຍາມເຮັດຄວາມສະອາດເລື້ອຍໆເຊັ່ນ: ຖູແຂ້ວຫຼັງອາຫານທັນທີ ບ້ວນຄໍດ້ວຍນ້ຳຢາບ້ວນປາກ ແລະ ລຳຄໍ ຫຼື ເກືອ ແລະ ອາດໃຊ້ໄໝຂັດແຂ້ວຮ່ວມດ້ວຍເພາະເສດອາຫານມັກຕົກຄ້າງໃນຊ່ອງປາກ ແລະ ລຳຄໍ ເຮັດໃຫ້ຈຳນວນແບັກທີເຣຍໃນຄໍເພີ່ມຫຼາຍຂຶ້ນ ອາດເຮັດໃຫ້ຄໍອັກເສບຫຼາຍຂຶ້ນໄດ້

6.ເຊັດໂຕດ້ວຍນ້ຳອຸ່ນ ຫຼື ນ້ຳທຳມະດາ

7.ດື່ມນ້ຳສະອາດອຸນນະພູມໃນຫ້ອງຫຼາຍໆ ງົດນ້ຳເຍັນໄປກ່ອນ

8.ຖ້າອາການບໍ່ດີຂຶ້ນໃນ 7 – 10 ວັນ ແນະນຳໃຫ້ພົບແພດ

ການເບິ່ງແຍງສຸຂະພາບຕົວເອງ

1.ຫຼີກລ້ຽງບ່ອນຊຸມຊົນ ເຊັ່ນ: ໂຮງໜັງ ຫ້າງສັບພະສິນຄ້າ ການຢ່າງຂ້າມຫົນທາງທີ່ມີຝຸ່ນຄວັນຫຼາຍໆ ແລະ ຄວນໃສ່ຜ້າປິດປາກທຸກຄັ້ງກ່ອນອອກຈາກບ້ານ

2.ລ້າງມືເລື້ອງໆ ດ້ວຍສະບູ ແລະ ບໍ່ຄວນເອົາມືເຂົ້າປາກ ຫຼື ເກົາຕາ ເພາະຈະເປັນການນຳເຊື້ອພະຍາດເຂົ້າສູ່ຮ່າງກາຍ

3.ນອນພັກຜ່ອນໃຫ້ພຽງພໍ ມື້ລະ 8 ຊົ່ວໂມງ/ວັນ ແລະ ໝັ່ນທຳຄວາມສະອາດຫ້ອງນອນຢູ່ປະຈຳ

4.ຢ່າຢູ່ໃກ້ຊິດ ແລະ ຢ່າໃຊ້ເຄື່ອງຂອງໃຊ້ຮ່ວມກັບຄົນເຈັບທີ່ເປັນໄຂ້ຫວັດ ເຊັ່ນ: ຜ້າເຊັດໜ້າ ຜ້າເຊັດໂຕ ຈອກນ້ຳ ເຄື່ອງໃຊ້ຂອງຫຼິ້ນຮ່ວມກັບຄົນເຈັບທີ່ເປັນໄຂ້ຫວັດ

5.ໄອຫຼືຈາມ ຄວນໃຊ້ຜ້າເຊັດໜ້າ ຫຼື ເຈ້ຍທິດຊູ້ປິດປາກຢູ່ສະເໝີ

6.ລ້າງດັງດ້ວຍນ້ຳເກືອເລື້ອຍໆ 2 – 3 ຄັ້ງຕໍ່ ວັນ

ການສົ່ງກວດຫ້ອງປະຕິບັດການ

Code S5114  Respiratory Infection Profile SARS-Cov2 (Flu A/B) /RSV /Adenovirus / hMPV rapid test

ການກວດຫາແອນຕິເຈນຕໍ່ເຊື້ອ Adenovirus,  Respiratory Syncytial Virus (RSV), human metapneumovirus antigens (hMPV),  SARS-CoV-2 ເຊິ່ງເປັນເຊື້ອສາເຫດຂອງພະຍາດ COVID-19 ລວມເຖິງເຊື້ອ Influenza A ແລະ B  ໃນສິ່ງສົ່ງກວດເປັນ Nasopharyngeal swab ເກັບຕົວຢ່າງພຽງ 1 ຄັ້ງ ສາມາດກວດຫາການຕິດເຊື້ອ ໄດ້ 6 ລາຍການ ລາຍງານຜົນກວດເຊິ່ງຄຸນນະພາບໂດຍວິທີ rapid chromatographic immunoassay ດ້ວຍຫຼັກການ lateral flow immunoassay ສຳຫຼັບກວດຫາແອນຕິເຈນຕໍ່ເຊື້ອ

ການຄຣີສົ່ງກວດ

Swab ປາສະຈາກເຊື້ອ (ສຳລັບ nasopharyngeal swab) ໃຫ້ໃຊ້ໄມ້ swab ທີ່ຈັດໄວ້ໃຫ້

  • ການເກັບສິ່ງສົ່ງກວດ Nasopharyngeal swab

Nasopharyngeal swab ສອດ swab ທີ່ສະອາດເຂົ້າໄປໃນໂພງດັງສ່ວນຫຼັງ ແລະ ເຊັກຮອບໆບໍລິເວນນັ້ນຫຼາຍໆຄັ້ງເພື່ອເກັບສິ່ງສົ່ງກວດຕາມຮູບພາບ

 

ໄລຍະເວລາຖ້າຜົນ

30 ນາທີ

ປະສິດທິພາບຂອງການທົດສອບ

ຊຸດກວດນີ້ມການປຽບທຽບກັບວິທີ RT-PCR (Nasopharyngeal Swab)  ພົບວ່າ

ສຳຫຼັບ Adenovirus

ມີຄວາມໄວເຊີງວິນິໄສເທົ່າກັບ 98.3% (Nasopharyngeal Swab)

ຄວາມຈຳເພາະເຊີງວິນິໄສເທົ່າກັບ 98.2% (Nasopharyngeal Swab)

ສຳຫຼັບ RSV

ມີຄວາມໄວເຊີງວິນິໄສເທົ່າກັບ 92.7% (Nasopharyngeal Swab)

ຄວາມຈຳເພາະເຊີງວິນິໄສເທົ່າກັບ 98.0% (Nasopharyngeal Swab)

ສຳຫຼັບ hMPV

ມີຄວາມໄວເຊີງວິນິໄສເທົ່າກັບ 92.5% (Nasopharyngeal Swab)

ຄວາມຈຳເພາະເຊີງວິນິໄສເທົ່າກັບ 99.1% (Nasopharyngeal Swab)

ສຳຫຼັບ Covid-19

ມີຄວາມໄວເຊີງວິນິໄສເທົ່າກັບ 96.4% (Nasopharyngeal Swab)

ຄວາມຈຳເພາະເຊີງວິນິໄສເທົ່າກັບ 99.0% (Nasopharyngeal Swab)

ສຳຫຼັບ Influenza A+B

Influenza A ມີຄວາມໄວເຊີງວິນິໄສເທົ່າກັບ 99.0% (Nasopharyngeal Swab)

ຄວາມຈຳເພາະເຊີງວິນິໄສເທົ່າກັບ 98.9% (Nasopharyngeal Swab)

Influenza B ມີຄວາມໄວເຊີງວິນິໄສເທົ່າກັບ 97.7% (Nasopharyngeal Swab)

ຄວາມຈຳເພາະເຊີງວິນິໄສເທົ່າກັບ 99.0% (Nasopharyngeal Swab)

ໝາຍເຫດ:

ກວດສອບ ແລະ ເພິ່ມເຕີມຂໍ້ມູນໂດຍ ດຣ.ມະນະຊານ ໂລຫະ

Image