KIH Vientiane
ຂໍ້ມູນຂ່າວສານ

ມາທຳຄວາມຮູ້ຈັກກັບພະຍາດ ມື ຕີນ ປາກ ເກີດຈາກຫຍັງ?
ພະຍາດ ມື ຕີນ ປາກ ຄື? ພະຍາດ ມື ຕີນ ປາກ (Hand Foot and Mouth Disease) ເປັນພະຍາດທີ່ພົບໄດ້ຫຼາຍໃນເດັກນ້ອຍໂດຍສະເພາະຊ່ວງລະດູຝົນ ເກີດຈາກໄວຣັດກຸ່ມເອັນໂທໂຣ Enterovirus 71 (EV71) Coxasackie Virus ສົ່ງຜົນໃຫ້ມີອາການເປັນໄຂ້ ເປັນຕຸ່ມໃນປາກ ມີຕຸ່ມນ້ຳໃສຕາມຝາມື ຝາຕີນ ແລະ ຕົນໂຕ ຖືໄດ້ວ່າເປັນພະຍາດທີ່ສ້າງຄວາມກັງວົນໃຈໃຫ້ກັບພໍ່ໆແມ່ໆຢູ່ບໍ່ໜ້ອຍ.
ພະຍາດ ມື ຕີນ ປາກ ສາມາດພົບໄດ້ໃນຜູ້ໃຫຍ່ເຊັ່ນກັນແຕ່ເປັນສ່ວນໜ້ອຍ ແລະ ອາການມັກຈະບໍ່ຮຸ່ນແຮງເທົ່າເດັກນ້ອຍ
- ມີໄຂ້ ອ່ອນເພຍ
- ມີຕຸ່ມໃນປາກ
- ຜື່ນເປັນຈຸດແດງຂຶ້ນຕາມມື ຕີນ (ອາດຈະມີຜື່ນຂຶ້ນຕາມໂຕ ແຂນ ແລະ ຂາພ້ອມ)
ເມື່ອເຊື້ອພະຍາດເຂົ້າສູ່ຮ່າງກາຍຈະໃຊ້ໄລຍະເວລາຝັກໂຕປະມານ 3-7 ວັນ ຄົນເຈັບຈະສະແດງອາການດັ່ງນີ້: ເດັກນ້ອຍຈະມີອາການໄຂ້ສູງ 38-39 ອົງສາ ຈາກນັ້ນຈຶ່ງມີອາການອື່ນຕາມມາພາຍໃນ 1-2 ວັນ ໄດ້ແກ່ ເຈັບຄໍ ບໍ່ຢາກອາຫານ ອ່ອນເພຍ ແລະ ມີຕຸ່ມ, ຜືນຫຼື ບາດອັກເສບເປັນໜອງບໍລິເວນຜິວໜັງ ຝາມື ຝາຕີນ ແລະ ບໍລິເວນປາກທັງພາຍນອກພາຍໃນ.
ພະຍາດ ມື ຕີນ ປາກ ໃຊ້ເວລາດົນບໍ່ຈຶ່ງເຊົາເປັນປົກກະຕິ?
ພະຍາດ ມື ຕີນ ປາກ ສາມາດເຊົາໄດ້ເອງພາຍໃນ 7-10 ວັນ ແຕ່ມີໂອກາດສ່ຽງເກີດພະຍາດຮຸນແຮງໄດ້ເຊັ່ນ: ສະໝອງອັກເສບ, ຫົວໃຈອັກເສບ ໂດຍສະເພາະການຕິດເຊື້ອໄວຣັດເອັນໂທໂຣ Enterovirus 71 ເຮັດໃຫ້ມີອາການຮຸນແຮງ ແລະ ເປັນອັນຕະລາຍ. ພໍ່ໆແມ່ໆຄວນສັງເກດອາການທີ່ອາດຈະເປັນອາການແຊກຊ້ອນໄດ້ແກ່ ມີໄຂ້ສູງ, ຊຶມ, ອ່ອນເພຍ, ມືສັ່ນ, ຍ່າງເຊ, ປວດຮາກ, ຫາຍໃຈຫອບ, ກ້າມເນື້ອກະຕຸກ ແລະ ຊັກ ຖ້າພົບອາການເຫຼົ່ານັ້ນຄວນໄປພົບໝໍໂດຍດ່ວນ
