KIH ວຽງຈັນ
ບົດຄວາມ

ເປັນຫຍັງຕ້ອງຂູດຫີນປູນ, ແລ້ວຂູດຫີນປູນດີແນວໃດ?
ຄາບຫີນປູນເກີດຈາກຄາບທີ່ສະສົມຢູ່ແຂ້ວເປັນເວລາດົນຈົນເກີດການແຂງໂຕ ແລະ ມີແບັກທີເຣຍຫຼາຍຊະນິດອາໃສຢູ່ຕາມບໍລິເວນຊອກແຂ້ວ ເຊິ່ງຈະໃຊ້ນ້ຳຕານຈາກອາຫານທີ່ເຮົາກິນຊ່ວຍໃນການຈະເລີນເຕີບໂຕ, ຫຼາຍຄົນມັກທຳຄວາມສະອາດແຂ້ວໄດ້ບໍ່ດີເທົ່າໃດ ໂດຍສະເພາະຊອກແຂ້ວເຊິ່ງໃນຊ່ວງທີ່ແບັກທີເຣຍນີ້ຈະເລີນເຕີບໂຕມັນຈະປ່ອຍກົດອອກມາທຳລາຍແຂ້ວອັນເປັນສາເຫດໜຶ່ງຂອງແຂ້ວແມງ ແລະ ໃນລະຫວ່າງນັ້ນໂຕມັນເອງກໍ່ຈະສ້າງສານທີ່ກະຕຸ້ນໃຫ້ເກີດພາວະເຫືອກອັກເສບມີເລືອດອອກຕາມເຟັນແຂ້ວ ແລະ ລຸກລາມຈົນທຳລາຍກະດູກບໍລິເວນຮາກແຂ້ວ ລວມທັງຍັງເຮັດໃຫ້ເກີດກິ່ນປາກອີກດ້ວຍ
ຖ້າປ່ອຍໄວ້ດົນບໍ່ຂູດອອກຈະເປັນອັນຕະລາຍຫຍັງບໍ່?
ເມື່ອເກີດຄາບຫີນປູນແລ້ວການຖູແຂ້ວທຳມະດາຈະບໍ່ສາມາດກຳຈັດຄາບຫີນປູນອອກໄປໄດ້ ແລະ ເປັນສາເຫດສຳຄັນທີ່ເຮັດໃຫ້ເກີດບັນຫາສຸຂະພາບຊ່ອງປາກ ແລະ ແຂ້ວ ເຊັ່ນ: ແຂ້ວແມງ, ມີກິ່ນປາກ, ເຫືອກບວມອັກເສບເປັນໜອງ ແຂ້ວຄອນ ຫຼື ໃນບາງຄົນອາດມີອາການຮຸນແຮງສົ່ງຜົນເຖິງພາວະພະຍາດຫົວໃຈໄດ້ ເພາະສານທີ່ກໍ່ໃຫ້ເກີດການອັກເສບຈະສາມາດເຂົ້າສູ່ກະແສເລືອດກະຕຸ້ນໃຫ້ເກີດພະຍາດຫຼອດເລືອດຫົວໃຈໄດ້ນັ້ນເອງ. ນອກຈາກພະຍາດຫົວໃຈແລ້ວເຫືອກອັກເສບຍັງສົ່ງຜົນຕໍ່ລະດັບນ້ຳຕານໃນເລືອດ ແລະ ເຮັດໃຫ້ພະຍາດເບົາຫວານມີອາການຫຼຸດລົງ ດັ່ງນັ້ນເພື່ອສຸຂະພາບຊ່ອງປາກ ແລະ ແຂ້ວ ລວມໄປເຖິງຄວາມໝັ້ນໃຈໃນການເວົ້າຈາ ແລະ ມີຮອຍຍິ້ມທີ່ສົດໃສທຸກຄົນຄວນຂູດຫີນປູນ ກວດແຂ້ວທຸກໆ 6 ເດືອນ ຫຼື ຢ່າງໜ້ອຍທີ່ສຸດ 1 ຄັ້ງຕໍ່ປີ.
ຫຼັງຈາກຂູດຫີນປູນແລ້ວຕ້ອງປະຕິບັດ ຫຼື ເບິ່ງແຍງໂຕເອງແນວໃດ?
ຫຼັງຈາກຂູດຫີນປູນແລ້ວສາມາດກິນເຂົ້າ ດື່ມນ້ຳໄດ້ປົກກະຕິທັນທີ
ຄວນຫຼີກລ້ຽງນ້ຳຊາ ກາເຟ ນ້ຳອັດລົມ ອາຫານທີ່ມີສີສັນຈັດຈ້ານ ເພາະສີຂອງອາຫານອາດຈະເຮັດໃຫ້ແຂ້ວເກີດເປັນຄາບສີຈາກອາຫານໄດ້ ຖ້າຫາກຕ້ອງການກິນຄວນດື່ມນ້ຳຕາມຫຼັງທຸກຄັ້ງ
ຫຼັງຈາກຂູດຫີນປູນແລ້ວຈະມີອາການສຽວແຂ້ວໄດ້ປະມານ 1 ອາທິດ ເຊິ່ງເປັນອາການປົກກະຕິການເບິ່ງແຍງອາການນີ້ຄວນຖຸແຂ້ວດ້ວຍຢາຖູແຂ້ວທີ່ມີຟູອໍໄລ ຫຼື ຢາຖູແຂ້ວທີ່ຫຼຸດອາການສຽວແຂ້ວກໍ່ຊ່ວຍໃຫ້ການສຽວແຂ້ວດີຂຶ້ນໄດ້ ແຕ່ຖ້າມີອາການຫຼາຍກວ່າ 1 ອາທິດເປັນຕົ້ນໄປ ຄວນປຶກສາທັນຕະແພດ ສັງເກດອາການເຫືອກບວມ ເຫືອກອັກເສບ ອາການເຫຼົ່ານັ້ນມີໂອກາດເກີດຂຶ້ນໄດ້ໜ້ອຍ ແຕ່ສາມາດເກີດຂຶ້ນໄດ້
ຫຼັງຈາກຂູດຫີນປູນແລ້ວຖ້າພົບວ່າເຫືອກບວມຫຼາຍຂຶ້ນ ອັກເສບ ຫຼື ມີໜອງໃຫ້ຮີບໄປພົບທັນຕະແພດທັນທີຄວນຖູແຂ້ວໃຫ້ຖືກວິທີ ຮ່ວມກັບການໃຊ້ໄຫມຂັດແຂ້ວ ເພື່ອຄວາມສະອາດທີ່ໝົດຈົດ ແລະ ຫຼຸດໂອກາດການເກີດຄາບຫີນປູນສະສົມໄດ້ດີຂຶ້ນການເບິ່ງແຍງສຸຂະພາບຊ່ອງປາກ ແລະ ແຂ້ວດ້ວຍການກວດ ຫຼື ຂູດຫີນປູນເປັນປະຈຳຈະຊ່ວຍໃຫ້ມີສຸຂະພາບຊ່ອງປາກ ແລະ ແຂ້ວທີ່ດີຍິ່ງຂຶ້ນ ຫຼຸດບັນຫາແຂ້ວເຫຼືອງ ປາກມີກິ່ນ ບັນຫາສຸຂະພາບເຫືອກ ແລະ ປ້ອງກັນແຂ້ວແມງອີກດ້ວຍ ພຽງເທົ່ານີ້ກໍ່ຈະຊ່ວຍໃຫ້ທ່ານໄດ້ເວົ້າຈາຢ່າງໝັ້ນໃຈ ແລະ ມີຮອຍຍິ້ມທີ່ສົດໃສຫຼາຍຂຶ້ນ.
