
ພາວະສະໝອງຂາດເລືອດ Heatstroke
Heatstroke ພາວະສະໝອງຂາດເລືອດເປັນພາວະສູກເສີນທາງການແພດ ມັກພົບໃນຊ້ວງລະດູຮ້ອນ ເກີດຈາກສະພາບອາກາດທີ່ຮ້ອນຫຼາຍ ເຮັດໃຫ້ອູນນະພູມຂອງຮ່າງກາຍສູງຂື້ນຢ່າງໄວວາ ການທີ່ຮ່າງກາຍບໍ່ສາມາດລົດອຸນນະພູມຂອງຮ່າງກາຍລົງໄດ້ ຖ້າບໍ່ໄດ້ຮັບການຮັກສາທັນທີຈະເຮັດໃຫ້ມີໂອກາດເສຍຊີວິດໄດ້ຢ່າງສູງ ບຸກຄົນທີ່ມີ່ຄວາມສ່ຽງສູງໄດ້ແກ່ ຜູ້ທີ່ເຮັດວຽກໃນສະພາບອາກາດທີ່ຮ້ອນຫຼາຍ ນັກກິລາທີ່ອອກກຳລັງກາຍກາງແຈ້ງ
ຄົນເຈັບທີ່ເປັນ heatstroke ມັກມາດ້ວຍອາການເບື້ອງຕົ້ນຄື ມີໄຂ້ສູງ(ອູນນະພູມສູງກ່ອນ 40ອົງສາ), ອາດມີອາການວິນຫົວ ເຈັບຫົວເມື່ອຍແຮງ, ປວດຮາກ, ສັບສົນ ຫຼື ເຫັນພາບຫຼອນ, ກະວົນກະວາຍ ຫຼື ອາດເຖິງຂັ້ນໝົດສະຕິໄດ້
ເມື່ອສົງໄສວ່າຄົນເຈັບຍເປັນ heatstroke ຕ້ອງພະຍາຍາມລົດອຸນນະພູມຂອງຜູ້ປ່ວຍໃຫ້ໄວທີ່ສຸດດ້ວຍວິທີການທີ່ຫາໄດ້ເຊັ່ນ: ການໃຊ້ນຳ້ເຊັດຕາມຮ່າງກາຍ ແລະ ໃຊ້ພັດລົມເປົ່າໃຫ້ນຳ້ລະເຫີຍ ຫຼື ການໃຊ້ຖົງນ້ຳກ້ອນປະຄົບຕາມຂີ້ແຮ້ ຫຼັງຄໍ ແລະ ຂາໜີບຕັ້ງແຕ່ກ່ອນມາຮອດໂຮງໝໍ ແລະ ຫ້ອງສຸກເສີນ
ເຄັດລັບໃນການຫຼີກລ້ຽງ ພະຍາດໃນລະດູຮ້ອນ ຄວນດື່ມນຳ້ໃຫ້ຫຼາຍໆເພື່ອໃຫ້ຮ່າງກາຍໄດ້ຮັບນ້ຳຢ່າງພຽງພໍ ຫຼີກລ້ຽງເຄື່ອງດື່ມທີ່ມີທາດເຫຼົ້າ ເນື່ອງຈາກເພີ່ມການຂັບນຳ້ທາງປັດສະວະ ເຮັດໃຫ້ຮ່າງກາຍສູນເສຍນຳ້ ແລະ ເກືອແຮ່ຫຼາຍຂຶ້ນໃຫ້ໃສ່ເສື້ອຜ້າທີ່ເບົາບາງ ແລະ ບໍ່ຮັດແໜ້ນຈົນເກີນໄປ ຢ່າອອກກຳລັງກາຍຫຼາຍເກີນໄປໃນຊ່ວງທີ່ຮ້ອນທີ່ສຸດຂອງມືນັ້ນ ຫຼີກລ້ຽງການຢູ່ບ່ອນທີ່ມີແດດຮ້ອນແຮງ
