KIH VIENTIANE

ຂໍ້ມູນຂ່າວສານ

ໂຄງການກວດຄັດກອງ DTX ທີ່ ສູນການຄ້າພາກຊັນ

 

ໂຄງການກວດຄັດກອງ DTX ທີ່ ສູນການຄ້າພາກຊັນ

ໃນວັນທີ 19-21 ກໍລະກົດ ທີ່ຜ່ານມາ ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ ໄດ້ອອກບູ໊ດທີ່ ສູນການຄ້າພາກຊັນ ໂຄງການກວດຄັດກອງ DTX (Dextrostix) ຄື: ການກວດລະດັບນ້ຳຕານໃນເລືອດໂດຍການເຈາະເລືອດທີ່ປາຍນິ້ວ "ໂດຍບໍ່ມີຄ່າໃຊ້ຈ່າຍໃດໆ" ມີຄົນສົນໃຈເຂົ້າຮ່ວມເປັນຈຳນວນຫຼາຍ
ຖ້າຫາກທ່ານມີອາການດັ່ງນີ້:
- ຮູ້ສຶກຫິວຕະຫຼອດເວລາ ແລະ ມີອາການອ່ອນເພຍ
- ປັດສະວະເລື້ອຍໆ ແລະ ຫິວນ້ຳຕະຫຼອດເວລາ
- ປາກແຫ້ງ ແລະ ຄັນຕາມຜິວໜັງ
- ສາຍຕາເບິ່ງບໍ່ເຫັນຊັດເຈນປານໃດ
ສາມາດເຂົ້າຮັບການກວດຄັດກອງໄດ້ທີ່ https://shorturl.at/daW5s
ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ ຂໍເປັນສ່ວນໜຶ່ງໃນການຄັດກອງ ແລະ ຫຼຸດຄວາມສ່ຽງໃຫ້ທຸກທ່ານໄດ້ຄວບຄຸມພະຍາດເບົາຫວານໄດ້ຫຼາຍຍິ່ງຂຶ້ນ?
Image
Image
Image
Image