ຄລີນິກກະເພາະລຳໄສ້
ໂຮງໝໍກະເສມຣາດອິນເຕີຣ໌ເນຊັ່ນແນລ ວຽງຈັນ
ຄລີນິກກະເພາະລຳໄສ້ (GI Clinic)
ຄລີນິກເປີດບໍລິການສະເພາະ
ວັນເສົາ ຫຼື ວັນອາທິດ
ເວລາ 08:00 – 12:00
ສອບຖາມລາຍລະອຽດເພິ່ມເຕີມ ຫຼື ນັດໝາຍໄດ້ທີ່
ໂທ: +856 21 8333 33 สายด่วน 1661
ອີເມວ: This email address is being protected from spambots. You need JavaScript enabled to view it.

ຄລີນິກປິ່ນປົວພະຍາດທາງເດີນອາຫານ
ດ້ວຍການບໍລິການລະດັບສາກົນແບບຄົບວົງຈອນທາງໂຮງໝໍເຮົາເອງກໍ່ມີອີກໜື່ງພະແນກກໍ່ຄື: ພະແນກກະເພາະລຳໄສ້, ອາການຜິດປົກະຕິຂອງລະບົບຍ່ອຍອາຫານອາດຈະລະບຸໄດ້ຍາກແຕ່ອາດນຳໄປສູ່ພະຍາດແຊກຊ້ອນອື່ນໆໄດ້ຄືກັນເຊັ່ນ: ຕັບຊຸດໂສມ ເຊິ່ງເຮັດໃຫ້ເສຍຊີວິດໄດ້ ແຕ່ໂຊກດີທີ່ສາມາດໃຊ້ມາດຕະການປ້ອງກັນຄວາມຜິດປົກະຕິຂອງລະບົບຍ່ອຍອາຫານ ແລະ ຕັບຊຸດໂສມໄດ້.
ສິ່ງທີ່ສຳຄັນຄືຕ້ອງຮູ້ວ່າແມ່ນຫຍັງຄືສາເຫດຂອງພະຍາດນີ້ ແລະ ຈະປ້ອງກັນໄດ້ແນວໄດ
ຫຼາຍເຖິງ 50% ຂອງປະຊາກອນໂລກອາດຈະປະສົບກັບຄວາມຜິດປົກະຕິຂອງລະບົບຍ່ອຍອາຫານບາງຮູບແບບໃນຊ່ວງໄລຍະຊິວິດຂອງພວກເຂົາ
ເຊິ່ງມີປັດໄຈທີ່ສຳຄັນຫຼາຍປະການທີ່ອາດສົ່ງຜົນຕໍ່ການພັດທະນາຄວາມຜິດປົກະຕິຂອງລະບົບຍ່ອຍອາຫານໄດ້ແກ່ສາເຫດດັ່ງລຸ່ມນີ້:
- ການອົດອາຫານ
- ຄວາມກົດດັນ
- ຊີວິດການເປັນຢູ່
- ກຳມະພັນ ຫຼື ປະຫວັດຄົນໃນຄອບຄົວທີ່ເຄີຍເປັນພະຍາດກະເພາະລຳໄສ້ຜີດປົກະຕິ
- ສະພາບແວດລ້ອມ (ໂດຍສະເພາະມົນລະພິດ)
- ການກິນຢາບາງຊະນິດໃນປະລິມານທີ່ຫຼາຍເກີນໄປ ຫຼື ກິນຕິດຕໍ່ກັນເປັນໄລຍະເວລາດົນນານ
- ພະຍາດຕ່າງໆເຊັ່ນ: ເບົາຫວານ
ວິທີທີ່ດີທີ່ສຸດ ແລະ ໄດ້ຜົນທີ່ສຸດໃນການປ້ອງກັນຄວາມຜິດປົກະຕິຂອງບົບຍ່ອຍອາຫານກໍ່ຄື: ການກິນອາຫານທີ່ດີມີຄຸນປະໂຫຍດ ປັດໄຈດ້ານອາຫານມີສ່ວນກ້ຽວຂ້ອງກັບຄວາມຜິດປົກະຕິຂອງລະບົບຍ່ອຍອາຫານຫຼາຍປະເພດໄດ້ແກ່
- ອາການອາຫານບໍ່ຍ່ອຍ
- ພະຍາດກະເພາະ
- ບາດແຜໃນກະເພາະອາຫານ
- ພະຍາດຖົງນ້ຳບີ
- ຕັບອ່ອນອັກເສບ
- ອາການລຳໄສ້ປ່ັນປ່ວນ
- ພະຍາດລຳໄສ້ອັກເສບ
- ມະເຮັງລຳໄສ້ໃຫຍ່ ແລະ ທະວານໜັກ (ເຊັ່ນ: ພະຍາດລຳໄສ້ຊືມເຊື້ອ)
- ພະຍາດຕັບ(ເຊັ່ນ: ພະຍາດໄຂມັນຫຸ້ມຕັບ)
- ພະຍາດອ້ວນ
- ພະຍາດເບົາຫວານ
- ພະຍາດຫົວໃຈເສັ້ນເລືອດ
ຄວາມສ່ຽງຂອງການເກີດພະຍາດກະເພາະລຳໄສ້ ຫຼື ພະຍາດທາງເດີນອາຫານຜິດປົກະຕິ ສາມາດຫຼຸດລົງໄດ້ໂດຍການຮັບປະທານອາຫານເພື່ອສຸຂະພາບ, ເຊິ່ງໃນນີ້ອາຫານເພື່ອສຸຂະພາບປະກອບມີສານອາຫານທີ່ຈຳເປັນຕໍ່ການມີສຸຂະພາບທີ່ດີໃນນີ້ລວມໄປເຖິງໂປຣຕີນ, ໄຂມັນ, ຄຣາໂບໄຮເດດ, ວິຕາມິນ ແລະ ແຮ່ທາດ, ຫົວໃຈສຳຄັນໃນການຮັບປະທານອາຫານເພື່ອສຸຂະພາບຄືການກິນອາຫານທີ່ຫຼາກຫຼາຍ
ຄລີນິກສະເພາະທາງດ້ານກະເພາະລຳໄສ້ ທີ່ໂຮງໝໍກະເສມຮາດ ອິນເຕີຮ໌ເນຊັ່ນແນລ ວຽງຈັນ ພ້ອມໃຫ້ບໍລິການຄົນເຈັບທຸກທ່ານໂດຍແພດ ແລະ ເຈົ້າໜ້າທີ່່ທີມີປະສົບການສູງ ເພື່ອການວິນິດໄສ ແລະ ການຮັກສາທີ່ຖືກຕ້ອງແມ່ນຍຳ ທາງສູນຍັງໃຫ້ບໍລິການທັງໝົດດ້ວຍອຸປະກອນທາງການແພດຄຸນນະພາບສູງພ້ອມພື້ນທີ່ອ້ອມຮອບທີ່ສະດວກສະບາຍ
ການໃຫ້ບໍລິການຢ່າວຄົບວົງຈອນ ຂອງພະແນກສະເພາະທາງດ້ານລະບົບທາງເດີນອາຫານ ຫຼື ກະເພາະລຳໄສ້
ການບໍລິການ
• ແຜໃນກະເພາະອາຫານ
•ລຳໄສ້ບວມ
• ມະເຮັງກະເພາະອາຫານ
• ມະເຮັງຫຼອດອາຫານ
• ມະເຮັງລຳໄສ້ໃຫຍ່
• ມະເຮັງຕັບ
• ພະຍາດຕັບອັກເສບ
• ພະຍາດຕັບອັກເສບຈາກການດື່ມສິ່ງມືນເມົາ
• ພະຍາດຕັບແຂງ
• ອາການລຳໄສ້ປັ່ນປ່ວນ, ເຈັບທ້ອງ
• ພະຍາດນິ່ວ ຫຼື ທໍ່ນ້ຳບີອັກເສບ
• ມະເຮັງທໍ່ນໍ້າບີ
•ຕັບອ່ອນ

